ເພງ: ແດນແຫ່ງອິດສະຫຼະ
ແຕ່ງໂດຍ ທ່ານ ສີຊະນະ ສີສານ
ສຸດງາມຍາມແລງ ແດນແຫ່ງອິດສະຫຼະ
ພູຜາປ່າດົງ ພົງພະນາເປັນໜ້າອອນຊອນ
ດອກໄມ້ຊັບຊ້ອນ ແສນສະອອນສົ່ງກິ່ນຫອມຫວນ
ຊົນຊາດທັງມວນ ມີສິດເສລີ
ຮ່ວມສາມັກຄີ ເປັນພີ່ນ້ອງດຽວ
ຕໍ່ສູ້ເດັດດ່ຽວ ສ້າງຊີວິດໃໝ່
ເມກມືດຜ່ານໄປ ສີສົດໃສເຂົ້າມາແທນທີ່
ດິນແດນແຫ່ງນີ້ ສຸດທີ່ລ້ຳຄ່າ
ເລືອດນັກຮົບ ໄດ້ທາແດງທົ່ວແຫ່ງຫົນ
ເສຍສະຫຼະສູຊົນ ຜາບແພ້ໄພລີ
ເຂດປົດປ່ອຍນີ້ ຈະຮັກສາສັກສີ
ແຜ່ລັດສະໝີ ໄປໃນທົ່ວແດນລາວ
×
Note for non-Italian users: Sorry, though the interface of this website is translated into English, most commentaries and biographies are in Italian and/or in other languages like French, German, Spanish, Russian etc.